ຕອນເຊົ້າວັນທີ 9 ເມສາ 2018 ທີ່ຜ່ານມານີ້ພະແນກ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງ ໄດ້ຈັດໃຫ້ມີພິທີສະເຫຼີມສະຫຼອງຕ້ອນຮັບບຸນປີໃໝ່ລາວ ພສ 2561 /ປີ ຄສ 2018 ຂື້ນທີ່ພະແນກ ປທສ ແຂວງ ເຊີ່ງໃນພິທີມີຫົວໜ້າພະແນກ, ຮອງຫົວໜ້າພະແນກ, ພະນັກງານວິຊາການພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ ແລະ ພ້ອມກັນນັ້ນກໍ່ມີແຂກທີ່ຖືກເຊີນທີ່ມາຈາກພະແນກອ້ອມຂ້າງມາເຂົ້າຮ່ວມຢ່າງພ້ອມພຽງ
ອ່ານເພີ່ມເຕີມ: ພິທີສະເຫຼີມສະຫຼອງຕ້ອນຮັບບຸນປີໃໝ່ລາວ ພສ 2561 ປີ ຄສ 2018 ພະແນກ ປທສ ແຂວງຜົ້ງສາລີ
ໃນຕອນແລງຂອງວັນທີ 2 ເມສາ 2018 ທີ່ຜ່ານມານີ້ ໄດ້ຈັດໃຫ້ມີພິທີມອບຊຸດກິລາບານເຕະ ຈຳນວນ 17 ຊຸດ ໃຫ້ພະແນກ ໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ເພຶ່ອນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານກິລາຂອງພະແນກ ເຊິ່ງອຸປະຖຳໂດຍທ່ານ ສົມນຶກ ວົງທະສັກ ແລະ ໃຫ້ກຽດຮັບໂດຍ ທ່ານ ບຸນສະຫວາດ ສີວົງໄຊ ຮອງຫົວໜ້າພະແນກ ປທສ ແຂວງ.
ໃນຕອນເຊົ້າ ວັນທີ 23 ມີນາ 2018 ທີ່ຜ່ານມານີ້ ທາງໜ່ວຍພັກພະແນກໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີປະກາດຍຸບໜ່ວຍພັກລັດວິສາຫະກິດ ໄປສະນີລາວ ສາຂາແຂວງ ໃຫ້ໄປຂື້ນກັບໜ່ວຍພັກພະແນກ ປທສ ແຂວງຜົ້ງສາລີ ເຊິ່ງຈັດຂື້ນທີ່ຫ້ອງປະຊຸມພະແນກ ຄວບຄຸມຢາເສບຕິດ ກອງບັນຊາການ ປກສ ແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງສະຫາຍ ເພັງ ເຈັ່ນຕະພູມ ຄະນະພັກ ຄະນະກວດກາແຂວງ ມີແຂກຖືກເຊີນຈາກຄະນະຈັດຕັ້ງແຂວງ,ຄະນະກວດກາແຂວງ, ມີບັນດາບັນດາສະຫາຍເລຂາໜ່ວຍພັກ,ຄະນະພັກ, ສະມາຊິກພັກພາຍໃນໜ່ວຍພັກພະແນກ ປທສ ແລະ ບໍລິສັດລັດວິສາຫະກິດ ໄປສະນີລາວ ສາຂາແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ອີກເລື່ອງຂອງເຟດບຸ໊ກ ຖືເປັນການ“ເຂົ້າໃຈຜິດ” ຈາກກໍລະນີມີການເລີ່ມແຊລ໌ວ່າ ຖ້າເຮົາພິມ BFF ແລ້ວຂຶ້ນສີຂຽວສະແດງວ່າ ບັນຊີເຟຊະບຸ໊ກະຂອງເຮົາປອດໄພ ເປັນຂ່າວບໍ່ຈິງ ໂດຍຖອດຂໍ້ຄວາມອ້າງວ່າເປັນຄຳເວົ້າຂອງ Mark Zuckerberg ທີ່ໃຫ້ພິມ BFF ຖ້າເປັນສີຂຽວບັນຊີສະແດງວ່າບັນຊີຂອງເຈົ້າປອດໄພ ຖ້າບໍ່-ແມ່ນສີຂຽວແມ່ນໃຫ້ປ່ຫັດຜ່ານຂອງເຈົ້າທັນທີ, ທັງທີ່ຄຳວ່າ BFF ຫຍໍ້ມາຈາກ Best Friend forever
ໃນຕອນເຊົ້າວັນທີ 22 ມີນາ 2018 ທີ່ຜ່ານມາທາງໜ່ວຍພັກພະແນກ ປທສ ແຂວງຜົ້ງສາລີ ໄດ້ຈັດໃຫ້ມີພິທີຮັບໃບຢັ້ງຢືນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານຄັ້ງທີ4 ແລະ ມອບບັດສະມາຊິກພັກສົມບູນທີ່ໄດ້ມາດຖານຄັ້ງທີ 1 ຂອງໜ່ວຍພັກພະແນກ ປທສ ແຂວງ ຂື້ນທີ່ຫ້ອງປະຊຸມຂອງພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ທອງເສັດ ແສນວົງ ຮອງເລຂາພັກແຂວງ, ຫົວໜ້າກອງບັນຊາການ ປກຊ ແຂວງຜົ້ງສາລີ.